You are here
ເລື່ອງ ນາງ ສຸພິນ
ເລື່ອງລາວຊີວິດຈິງຂອງ ນາງສຸພິນ ຜູ້ທີ່ຖືກຂາຍໃນຕອນຍັງນ້ອຍເພື່ອຈ່າຍຄ່າຝິ່ນຂອງພໍ່. ສຸພິນອາໄສຢູ່ໃນພາກໃຕ້ຂອງປະເທດລາວ ແລະ ຕາຍຢູ່ທີ່ປາກເຊໃນປີ 1946. ຕອນທີ່ສຸພິນເປັນພະຍາດຂີ້ທູດ, ອາຈານຂອງລາວໄດ້ໄລ່ລາວໜີ. ສຸພິນໄດ້ຍິນເລື່ອງກ່ຽວກັບພຣະເຢຊູ ຄຣິດເຈົ້າ ແລະ ກໍກາຍມາເປັນຜູ້ທີ່ເຊື່ອແລະຕິດຕາມພຣະອົງ. ສຸພິນມີຊີວິດຢູ່ໃນສະພາບທີ່ເປັນຄົນຂີ້ທູດ, ລາວອົດທົນຕໍ່ການຖືກຂົ່ມເຫັງໃນການຕິດຕາມພຣະເຢຊູເຈົ້າ ແລະ ຕາຍຕອນທີ່ເປັນໄວໜຸ່ມ ແຕ່ວ່າຊີວິດຂອງລາວມີຄວາມຫວັງ ແລະ ຊື່ນຊົມຍິນດີ, ທັງໆທີ່ລາວມີຄວາມທຸກທໍລະມານ ແຕ່ລາວກໍເປັນພອນໃຫ້ແກ່ຫຼາຍໆຄົນຈົນເຖິງທຸກມື້ນີ້. ປຶ້ມເຫຼັ້ມນີ້ມີທັງໝົດ 56 ໜ້າ
ຂະໜາດ - A5
Copyright © 2023, ລາວຄຣິສຕຽນສຶກສາ