ຂ່າວດີ - 30 ບົດ

ບົດຮຽນ 30 ບົດໃນພຣະຄໍາພີ ເລີ່ມຈາກການຊົງສ້າງຈົນເຖິງການຄືນພຣະຊົນຂອງພຣະເຢຊູຄຣິດເຈົ້າ. ບົດຮຽນເຫຼົ່ານີ້ຈະເນັ້ນໃສ່ພື້ນຖານແຫ່ງຄວາມລອດພົ້ນຂອງພວກເຮົາເຊິ່ງຈະເນັ້ນເຖິງພຣະເຈົ້າ, ອົງພຣະເຢຊູຄຣິດເຈົ້າ, ມະນຸດ, ຊາຕານ ແລະ ວິນຍານຕ່າງໆ.

ເປົ້າໝາຍຂອງບົດຮຽນເຫຼົ່ານີ້ ເພື່ອສະແດງໃຫ້ພວກເຮົາໄດ້ຮູ້ຈັກວ່າ ຕໍ່ພຣະເຈົ້າອົງພຣະຜູ້ສ້າງພວກເຮົາ ຜູ້ຕັດສິນທີ່ຊົງຊອບທຳແລ້ວ ພວກເຮົານັ້ນມີບາບກຳ, ຖືກສາບແຊ່ງ ແລະ ບໍ່ສາມາດຊ່ວຍຕົນເອງໄດ້, ແລະ ສະແດງໃຫ້ພວກເຮົາຮູ້ອີກວ່າ ໂດຍຄວາມເຊື່ອແລ້ວ ພວກເຮົາສາມາດມາເຖິງການປົດປ່ອຍທັງສິ້ນຈາກສິ່ງທີ່ກ່າວມານັ້ນ ເຊິ່ງມີຢູ່ໃນອົງພຣະຜູ້ເປັນເຈົ້າເຢຊູຄຣິດ ເພາະພຣະອົງຊົງເປັນພຣະຜູ້ໄຖ່ທີ່ຍິ່ງໃຫຍ່.

Share